
ສູນພາສາອັງກິດ ໂລໂກ້ ດົງປ່າລານ

ສູນພາສາອັງກິດ ໂລໂກ ດົງປ່າລານ ເປັນສູນຝຶກພາສາອັງກິດ ໂດຍນຳໃຊ້ຫຼັກສູດເຄມບຣິດ (Cambridge) ຈາກປະເທດອັງກິດ, ພວກເຮົາຈຶງມີຫຼັກສູດຫຼາກຫຼາຍ ສຳຫຼັບນັກຮຽນລະດັບເລິ່ມຕົ້ນ ຕັ້ງແຕ່ອາຍຸ 6 ປີ ຂຶ້ນໄປ ແລະ ຫ້ອງຮຽນພາສາອັງກິດທຸກລະດັບ ສຳຫຼັບນັກຮຽນທຸກໄວ ເພື່ອເປັນຕົວເລຶອກ ໃຫ້ແກ່ຜູ້ທີ່ຕ້ອງການພັດທະນາພາສາອັງກິດ ບໍ່ວ່າຈະເປັນ ພາສາອັງກິດທົ່ວໄປ, ພາສາອັງກິດທຸລະກິດ ແລະ ພາສາອັງກິດໃນການສົນທະນາ ເພື່ອຕອບໂຈດນັກຮຽນ ໃນໄວທຳງານອີກດ້ວຍ. ນອກຈາກນັ້ນ, ພວກເຮົາຍັງມີການສອນພາສາອັງກິດ ແບບສ່ວນຕົວ ຫຼື ຕົວຕໍ່ຕົວ ກັບອາຈານ ເຊິ່ງຫຼັກສູດດັ່ງກ່າວ ຈະຊ່ວຍຍົກລະດັບພາສາອັງກິດ ຂອງນັກຮຽນຢ່າງຖືກຈຸດ ແລະ ຍັງເປັນຫຼັກສູດທີ່ເຮົາແນະນຳໃຫ້ນັກຮຽນ ທີ່ກຽມເສັງ IELTS ຫຼື ການເສັງອື່ນໆອີກດ້ວຍ.
ສູນພາສາອັງກິດ ໂລໂກ ດົງປ່າລານ ສິດສອນພາສາອັງກິດ ໂດຍ ອາຈານຕ່າງປະເທດທຸກຫ້ອງ ທຸກລະດັບ ແລະ ທຸກຫຼັກສູດ. ເຊິ່ງອາຈານຂອງພວກເຮົາ ມາຈາກຫຼາກຫຼາຍປະເທດ ແລະ ມີປະສົບການການສິດສອນມາຫຼາຍປີ ໃນ ໂຮງຮຽນນາໆຊາດລະດັບຕົ້ນ ຂອງ ສປປລາວອີກດ້ວຍ. ນອກຈາກນັ້ນ ຄ່າເທີມ ຂອງ ເຮົາ ເລີ່ມຕົ້ນພຽງແຕ່ 1,890,000 ກີບຕໍ່ເທີມ ເຮົາຈຶງສາມາດເວົ້າໄດ້ວ່າ ສູນພາສາອັງກິດ ໂລໂກ ດົງປ່າລານ ເປັນ ສູນຮຽນຮູ້ພາສາອັງກິດ ທີ່ຄຸ້ມຄ່າທີ່ສຸດ!

ເປົ້າໝາ ຍຂອງພວກເຮົາ
ສູນພາສາອັງກິດ ໂລໂກ ດົງປ່າລານ ແມ່ນ ສ້າງຕັ້ງຂື້ນ ເພື່ອຕອບສະໜອງໃຫ້ນັກຮຽນ ໄດ້ມີຕົວເລຶອກ ແລະ ສາມາດເຂົ້າເຖິງພາສາອັງກິດ ຢ່າງມີປະສິດຕິພາບ ໃນລາຄາທີ່ບໍ່ແພງ ແລະ ພວກເຮົາຍັງມີເປົ້າໝາຍໃນດ້ານການຝຶກອົບຮົມ ແລະ ການສິດສອນພາສາອັງກິດທຸກຮູບແບບ ເພື່ອບໍລິການລູກຄ້າທີ່ມີຄວາມຕ້ອງການພັດທະນາພາສາອັງກິດ ທີ່ແຕກຕ່າງກັນ.
ເຊິ່ງເຮົາໄດ້ ສືບຕໍ່ດຳເນີນຕາມເປົ້າໝາຍດັ່ງກ່າວ ມາແລ້ວຫຼາຍກວ່າ 15 ປີ ແລະ ໄດ້ມີນັກຮຽນຫລາຍພັນຄົນທີ່ສຳເລັດການຮຽນພາສາອັງກິດ ຈາກ ສູນພາສາອັງກິດ ໂລໂກ ດົງປ່າລານ.
ສູນພາສາອັງກິດ ໂລໂກ ດົງປ່າລານ ມີຄວາມມຸ່ງຫມັ້ນ ໃນການພັດທະນາຫຼັກສູດການສອນ ເພື່ອຕອບສະໜອງ ຄວາມຈຳເປັນໃນການຊົມໃຊ້ພາສາອັງກິດທີ່ເພີ່ມຂຶ້ນໃນ ສປປ ລາວ ແລະ ເພື່ອໃຫ້ເປັນສູນກາງການຮຽນຮູ້ ແລະ ສົ່ງເສີມ ໃຫ້ນັກຮຽນ ສາມາດນຳໃຊ້ພາສາອັງກິດໃນຊິວິດປະຈຳວັນໄດ້ຢ່າງໝັ້ນໃຈ.
Dongpalan Road,
Sisattanak District, Vientiane, Lao PDR.
+856 21 250 531
+856 21 214 263