top of page
AA5V7722.jpg
ຫຼັກສູດ ຂອງ
ສູນພາສາອັງກິດ ໂລໂກ ດົງປ່າລານ
IMG_4568.JPG

ພາສາອັງກິດທົ່ວໄປ

IMG_4574.JPG

ຝຶກອົບຮົມໃຫ້ອົງກອນ

IMG_4575.JPG

ພາສາອັງກິດ ສ່ວນຕົວ

ລາຍລະອຽດເພີ່ມເຕີມສຳລັບແຕ່ລະຫຼັກສູດ ລະບຸລຸ່ມນີ້

ພາສາອັງກິດທົ່ວໄປ 

ພວກເຮົາມີຫຼັກສູດພາສາອັງກິດທີ່ເຫມາະສົມສໍາລັບທຸກເພດທຸກໄວ ຕັ້ງແຕ່ລະດັບເລີ່ມຕົ້ນ ຈົນເຖິງ ລະດັບສູງ ແລະ ມີຫຼາກຫຼາຍໂມງຮຽນໃຫ້ທ່ານເລຶອກຮຽນ ໂດຍ ທຸກຫ້ອງແມ່ນ ສິດສອນໂດຍອາຈານຕ່າງປະເທດອີກດ້ວຍ.

​

  • ມີລະດັບເລີ່ມຕົ້ນ ຫາ ລະດັບສູງ

  • ຄ່າເທີມເລີ່ມຕົ້ນພຽງ 1,890,000 ກີບ ຕໍ່ເທີມ.

  • ມີຫຼາຍກວ່າ 10 ຕາຕະລາງຮຽນໃຫ້ເລືອກ ທັງພາກເຊົ້າ, ພາກແລງ ແລະ ພາກເສົາທິດ 

ດາວໂຫຼດໃບປິວ

ສ່ວນຫຼຸດໃຫ້ແກ່ນັກຮຽນດີເດັ່ນ

     ໃນທຸກໆເທີມ, ນັກຮຽນເກັ່ງ 3 ອັນດັບທຳອິດ ຂອງແຕ່ລະຫ້ອງຈະໄດ້ສ່ວນຫຼຸດສູງສຸດ 20 % ໃນເທີມຕໍ່ໄປເຊັ່ນ

  • ທີ່ 1 ໄດ້ສ່ວນຫຼຸດ 20 ຂອງ   ຄ່າເທີມ ໃນເທີມຕໍ່ໄປ.

  • ທີ່ 2 ໄດ້ສ່ວນຫຼຸດ 10% ຂອງຄ່າເທີມ ໃນເທີມຕໍ່ໄປ.

  • ທີ່ 3 ໄດ້ສ່ວນຫຼຸດ 5% ຂອງຄ່າເທີມ ໃນເທີມຕໍ່ໄປ.

ຫຼາຍຕາຕະລາງຮຽນໃຫ້ເລືອກ

     ສູນຂອງພວກເຮົາ ມີຕາຕະລາງໃຫ້ເລືອກຢ່າງຫຼາກຫຼາຍ, ເພື່ອໃຫ້ນັກຮຽນ ສາມາດເລືອກເວລາທີ່ສະດວກທີ່ສຸດ.
ຕົວຢ່າງໂມງຮຽນ:

  • ຫ້ອງພາກເຊົ້າ ເວລາ 9:00 - 10:30.

  • ຫ້ອງພາກບ່າຍ

  • ພາກແລງ ເວລາ 17:00 - 18:30 ຫຼື 18:30 - 20:00.

  • ຫ້ອງຮຽນພາກເຊົ້າເສົາທິດ ເວລາ 9:00 - 10:30 ໂມງ ຫຼື 10:30 - 12:00.

ແລະ ອື່ນໆອີກຢ່າງຫຼາກຫຼາຍ.

ລະດັບ ເລີ່ມຕົ້ນ ເຖິງ ລະດັບສູງ

     ຫຼັກສູດຂອງພວກເຮົາມີລະດັບຕັ້ງແຕ່ເລີ່ມຕົ້ນ ABC ຈົນເຖິງ ລະດັບສູງເຊັ່ນ: ພາສາອັງກິດທຸລະກິດ, ຫຼັກສູດສົນທະນາພາສາອັງກິດ ແລະ ອື່ນໆ.
     ການຈັດຫ້ອງຮຽນໃຫ້ແກ່ນັກຮຽນ ແມ່ນ ເລືອກໂດຍອີງໃສ່ລະດັບພາສາອັງກິດ ຂອງນັກຮຽນ ແລະ ຕາຕະລາງທີ່ນັກຮຽນສະດວກ ເພື່ອໃຫ້ນັກຮຽນມ່ວນຊື່ນກັບການຮຽນພາສາທີ່ສຸດ.

  • ເຮົາຮັບນັກຮຽນຕັ້ງແຕ່ອາຍຸ 6ປີ ເຕັມຂຶ້ນໄປ

  • ແຍກຫ້ອງ ເດັກນ້ອຍ ແລະ ຜູ້ໃຫຍ່

  • ຫ້ອງລະດັບເລີ່ມຕົ້ນ ມີທັງຫ້ອງ ເດັກນ້ອຍ ແລະ ຜູ້ໃຫຍ່

ຝຶກອົບຮົມພາສາອັງກິດໃຫ້ອົງກອນ

     ສູນພາສາອັງກິດ ໂລໂກ ດົງປ່າລານ ໄດ້ເຫັນວ່າ ຄວາມຕ້ອງການ ໃນການຝຶກອົບຮົມພາສາອັງກິດ ໃນ ຫ້ອງການຕ່າງໆ ແມ່ນມີຄວາມຕ້ອງການຫຼາຍກວ່າເກົ່າ. ເນື່ອງຈາກການນຳໃຊ້ພາສາອັງກີດ ທີ່ເພີ່ມຂຶ້ນ, ການພັດທະນາບຸກຄະລາກອນໃຫ້ມີປະສິດຕິພາບ ເພື່ອສື່ສານກັບລູກຄ້າ ຫຼື ຄູ່ຮ່ວມທຸລະກິດຈາກຕ່າງປະເທດ.
      ດ້ວຍເຫດຜົນດັ່ງກ່າວ ພວກ​ເຮົາຈຶ່ງໄດ້ກະກຽມຫຼັກສູດ ແລະ ອາຈານ ໃຫ້ແກ່ ຫ້ອງການ ​ທີ່ມີຄວາມຕ້ອງການ ໃນການ ພັດທະນາພາສາອັງກິດ ໂດຍອີງຕາມ ການນຳໃຊ້ພາຍໃນອົງກອນຂອງທ່ານ ເຊິ່ງໝາຍຄວາມວ່າ ເຮົາສາມາດຈັດສັນອາຈານ, ອອກແບບຫຼັກສູດ ເພື່ອອົງກອນຂອງທ່ານໂດຍສະ ເພາະ ເພື່ອໃຫ້ຫຼັກສູດເໝາະສົມກັບສະພາບແວດລ້ອມ ຂອງຫ້ອງການທ່ານໃຫ້ຫຼາຍທີ່ສຸດ ເຊັ່ນ ພາສາອັງກີດທາງການແພດ ເພື່ອໂຮງໝໍ, ພາສາອັງກີດເພື່ອສົນທະນາກັບລູກຄ້າໃນໂຮງແຮມ, ພາສາອັງກິດພາຍໃນທະນາຄານ ແລະ ອື່ນໆອີກຫຼາກຫຼາຍ ເພື່ອໃຫ້ແທດເໝາະກັບອົງກອນທ່ານໃຫ້ຫຼາຍທີ່ສຸດ.

ກະລຸນາອິເມລ໌ຫາເຮົາ ເພື່ອຂໍ້ມູນເພີ່ມເຕິມສຳລັບ ຫຼັກສູດຝຶກຮົມຮົມຫ້ອງການ 

ພາສາອັງກິດ ສ່ວນຕົວ

  • ຫຼັກສູດພາສາອັງກິດ ສ່ວນຕົວ ເພື່ອຈະເປັນຫຼັກສູດ ທີ່ກະກຽມພິເສດໃຫ້ນັກຮຽນ ຜູ້ທີ່ຕ້ອງການພັດທະນາພາສາອັງກິດ ເພື່ອເນັ້ນຈຸດໃດໜຶ່ງເປັນພິເສດ ບໍ່ວ່າຈະເປັນວີຊາພາສາອັງກິດ, ວິຊາອື່ນໆ ທີ່ເປັນພາສາອັງກິດ ເຊິ່ງເປັນຫຼັກສູດທີ່ເໝາະກັບນັກຮຽນທີ່ກະກຽມການສອບເສັງຈົບມັດຖະຍົມ ຫຼື ກະກຽມການສອບເສັງເພື່ອເຂົ້າມະຫາວິທາຍະໄລ ທີ່ ຕ່າງປະເທດ. 

  • ຫຼັກສູດ ທີ່ ອອກແບບ ພິເສດ ຕາມລະດັບພາສາອັງກິດ ຂອງນັກຮຽນ.

  • ​ນັກຮຽນສາມາດ ເລືອກໂມງ ຕາມທີ່ນັກຮຽນສະດວກ.

  • ນັກຮຽນສາມາດຮຽນ ວິຊາອື່ນໆ ເຊັ່ນ ຄະນິດສາດ, ເຄມີ ຫຼື ຟິຊິກ ເປັນພາສາອັງກິດໄດ້.

Dongpalan Road,
​Sisattanak District, Vientiane, Lao PDR.

+856 21 250 531

+856 21 214 263

  • Facebook
  • Instagram
  • Line
  • TikTok
  • Whatsapp

© 2035 BY FREE LINE CREATIVE STUDIO. Powered and secured by Wix

bottom of page