Logo Academy
  • Home
  • About
  • Courses
  • Team
  • Career
  • Gallery
  • Contact
  • ໜ້າຫຼັກ
  • ກ່ຽວກັບເຮົາ
  • ຫຼັກສູດ
  • ເຮັດວຽກ
  • ຕິດຕໍ່ເຮົາ

ຫຼັກສູດ ຂອງ ສູນພາສາອັງກິດ ໂລໂກ ດົງປ່າລານ

Picture
ພາສາອັງກິດທົ່ວໄປ
Picture
ຝຶກອົບຮົມພາສາອັງກິດ ແກ່ຫ້ອງການ
Picture
ພາສາອັງກິດຕົວຕໍ່ຕົວ
ລາຍລະອຽດເພີ່ມເຕີມສຳລັບແຕ່ລະຫຼັກສູດ ລະບຸລຸ່ມນີ້

ພາສາອັງກິດທົ່ວໄປ

Picture
ພວກເຮົາມີຫຼັກສູດພາສາອັງກິດທີ່ເຫມາະສົມສໍາລັບທຸກເພດທຸກໄວ ຕັ້ງແຕ່ລະດັບເລີ່ມຕົ້ນ ຈົນເຖິງ ລະດັບສູງ ແລະ ມີຫຼາກຫຼາຍໂມງຮຽນໃຫ້ທ່ານເລຶອກຮຽນ ໂດຍ ທຸກຫ້ອງແມ່ນ ສິດສອນໂດຍອາຈານຕ່າງປະເທດອີກດ້ວຍ.
  • ມີລະດັບເລີ່ມຕົ້ນ ຫາ ລະດັບສູງ
  • ຄ່າເທີມເລີ່ມຕົ້ນພຽງ 1,090,000 ກີບ ຕໍ່ເທີມ.
  • ມີຫຼາຍກວ່າ 10 ຕາຕະລາງຮຽນໃຫ້ເລືອກ ທັງພາກເຊົ້າ, ພາກແລງ ແລະ ພາກເສົາທິດ 
Download Brochure ​​
brochure_term1_2024.pdf
File Size: 25837 kb
File Type: pdf
Download File


Picture
ສ່ວນຫຼຸດໃຫ້ແກ່ນັກຮຽນດີເດັ່ນ
ໃນທຸກໆເທີມ, ນັກຮຽນເກັ່ງ 4 ອັນດັບທຳອິດ ຂອງແຕ່ລະຫ້ອງຈະໄດ້ສ່ວນຫຼຸດສູງສຸດ 30 % ໃນເທີມຕໍ່ໄປເຊັ່ນ
  • ທີ່ 1 ໄດ້ສ່ວນຫຼຸດ 30% ຂອງຄ່າເທີມ ໃນເທີມຕໍ່ໄປ
  • ທີ່ 2 ໄດ້ສ່ວນຫຼຸດ 20% ຂອງຄ່າເທີມ ໃນເທີມຕໍ່ໄປ
  • ທີ່ 3 ໄດ້ສ່ວນຫຼຸດ 10% ຂອງຄ່າເທີມ ໃນເທີມຕໍ່ໄປ
  • ທີ່ 4 ໄດ້ສ່ວນຫຼຸດ 5% ຂອງຄ່າເທີມ ໃນເທີມຕໍ່ໄປ
Picture
ຫຼາຍຕາຕະລາງຮຽນໃຫ້ເລືອກ
ສູນຂອງພວກເຮົາ ມີຕາຕະລາງໃຫ້ເລືອກຢ່າງຫຼາກຫຼາຍ, ເພື່ອໃຫ້ນັກຮຽນ ສາມາດເລືອກເວລາທີ່ສະດວກທີ່ສຸດ.
ຕົວຢ່າງໂມງຮຽນ:
  • ຫ້ອງພາກເຊົ້າ ເວລາ 9:00 - 10:30 ໂມງ
  • ພາກແລງ ເວລາ 17:00 - 18:30 ໂມງ ຫຼື 18:30 - 20:00 ໂມງ
  • ຫ້ອງຮຽນພາກເຊົ້າເສົາທິດ ເວລາ 9:00 - 10:30 ໂມງ ຫຼື 10:30 - 12:00 ໂມງ. 00
ແລະ ອື່ນໆອີກຢ່າງຫຼາກຫຼາຍ.

Picture
ລະດັບ ເລີ່ມຕົ້ນ ເຖິງ ລະດັບສູງ
 ຫຼັກສູດຂອງພວກເຮົາມີລະດັບຕັ້ງແຕ່ເລີ່ມ ຕົ້ນ ABC ຈົນເຖິງ ລະດັບສູງເຊັ່ນ: ພາສາອັງກິດທຸລະກິດ, ຫຼັກສູດສົນທະນາພາສາອັງກິດ ແລະ ອື່ນໆ.
  ການຈັດຫ້ອງຮຽນໃຫ້ແກ່ນັກຮຽນ ແມ່ນ ເລືອກໂດຍອີງໃສ່ລະດັບພາສາອັງກິດ ຂອງນັກຮຽນ ແລະ ຕາຕະລາງທີ່ນັກຮຽນສະດວກ ເພື່ອໃຫ້ນັກຮຽນມ່ວນຊື່ນກັບການຮຽນພາສາທີ່ສຸດ.
  • ເຮົາຮັບນັກຮຽນຕັ້ງແຕ່ອາຍຸ 6ປີ ເຕັມຂຶ້ນໄປ
  • ແຍກຫ້ອງ ເດັກນ້ອຍ ແລະ ຜູ້ໃຫຍ່
  • ຫ້ອງລະດັບເລີ່ມຕົ້ນ ມີທັງຫ້ອງ ເດັກນ້ອຍ ແລະ ຜູ້ໃຫຍ່

ຝຶກອົບຮົມພາສາອັງກິດ ແກ່ຫ້ອງການ / ອົງກອນ

Picture
ສູນພາສາອັງກິດ ໂລໂກ ດົງປ່າລານ ໄດ້ເຫັນວ່າ ຄວາມຕ້ອງການ ໃນການຝຶກອົບຮົມພາສາອັງກິດ ໃນ ຫ້ອງການຕ່າງໆ ແມ່ນມີຄວາມຕ້ອງການຫຼາຍກວ່າເກົ່າ. ເນື່ອງຈາກການນຳໃຊ້ພາສາອັງກີດ ທີ່ເພີ່ມຂຶ້ນ, ການພັດທະນາບຸກຄະລາກອນໃຫ້ມີປະສິດຕິພາບ ເພື່ອສື່ສານກັບລູກຄ້າ ຫຼື ຄູ່ຮ່ວມທຸລະກິດຈາກຕ່າງປະເທດ.
ດ້ວຍເຫດຜົນດັ່ງກ່າວ ພວກ​ເຮົາຈຶ່ງໄດ້ກະກຽມຫຼັກສູດ ແລະ ອາຈານ ໃຫ້ແກ່ ຫ້ອງການ ​ທີ່ມີຄວາມຕ້ອງການ ໃນການ ພັດທະນາພາສາອັງກິດ ໂດຍອີງຕາມ ການນຳໃຊ້ພາຍໃນອົງກອນຂອງທ່ານ ເຊິ່ງໝາຍຄວາມວ່າ ເຮົາສາມາດຈັດສັນອາຈານ, ອອກແບບຫຼັກສູດ ເພື່ອອົງກອນຂອງທ່ານໂດຍສະເພາະ ເພື່ອໃຫ້ຫຼັກສູດເໝາະສົມກັບສະພາບແວດລ້ອມຂອງຫ້ອງການທ່ານໃຫ້ຫຼາຍທີ່ສຸດ ເຊັ່ນ ພາສາອັງກີດທາງການແພດ ເພື່ອໂຮງໝໍ, ພາສາອັງກີດເພື່ອສົນທະນາກັບລູກຄ້າໃນໂຮງແຮມ, ພາສາອັງກິດພາຍໃນທະນາຄານ ແລະ ອື່ນໆອີກຫຼາກຫຼາຍ ເພື່ອໃຫ້ແທດເໝາະກັບອົງກອນທ່ານໃຫ້ຫຼາຍທີ່ສຸດ.
ກະລຸນາອິເມລ໌ຫາເຮົາ ເພື່ອຂໍ້ມູນເພີ່ມເຕິມສຳລັບ ຫຼັກສູດຝຶກຮົມຮົມຫ້ອງການ 
ສົ່ງອີເມລ໌

ພາສາອັງກິດ ຕົວຕໍ່ຕົວ

Picture
ຫຼັກສູດພາສາອັງກິດ ສ່ວນຕົວ ເພື່ອຈະເປັນຫຼັກສູດ ທີ່ກະກຽມພິເສດໃຫ້ນັກຮຽນ ຜູ້ທີ່ຕ້ອງການພັດທະນາພາສາອັງກິດ ເພື່ອເນັ້ນຈຸດໃດໜຶ່ງເປັນພິເສດ ບໍ່ວ່າຈະເປັນວີຊາພາສາອັງກິດ, ວິຊາອື່ນໆ ທີ່ເປັນພາສາອັງກິດ ເຊິ່ງເປັນຫຼັກສູດທີ່ເໝາະກັບນັກຮຽນທີ່ກະກຽມການສອບເສັງຈົບມັດຖະຍົມ ຫຼື ກະກຽມການສອບເສັງເພື່ອເຂົ້າມະຫາວິທາຍະໄລ ທີ່ ຕ່າງປະເທດ. 
  • ຫຼັກສູດ ທີ່ ອອກແບບ ພິເສດ ຕາມລະດັບພາສາອັງກິດ ຂອງນັກຮຽນ.
  • ​ນັກຮຽນສາມາດ ເລືອກໂມງ ຕາມທີ່ນັກຮຽນສະດວກ.
  • ນັກຮຽນສາມາດຮຽນ ວິຊາອື່ນໆ ເຊັ່ນ ຄະນິດສາດ, ເຄມີ ຫຼື ຟິຊິກ ເປັນພາສາອັງກິດໄດ້.

DROP US A LINE

Email
info@logoacademy.org
​
Phone
+(856) 21 250 531
+(856) 21 214 263
​​
Address
051 Dongpalan Village
Sisattanak District, Vientiane, Lao PDR.

Courses

English Language
Corporate Training
Digital Skills

Academy

About
Team
Career
Gallery
​

Support

Contact
© COPYRIGHT 2017. ALL RIGHTS RESERVED.
  • Home
  • About
  • Courses
  • Team
  • Career
  • Gallery
  • Contact
  • ໜ້າຫຼັກ
  • ກ່ຽວກັບເຮົາ
  • ຫຼັກສູດ
  • ເຮັດວຽກ
  • ຕິດຕໍ່ເຮົາ